ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ຂະຫຍາຍ​ເວລາ​ລົດໄຟ​ຟ້າ​ແລ່ນ​ເທິງ​ທາງ​ຫຼວງ​ໂດຍ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ

     ສຳນັກ​ຂ່າວສານ​ຊິນ​ຮວາ​ຂອງ ​ສປ ​ຈີນ ລາຍ​ງານ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ ສຳນັກ​ປະຊາສຳພັນ​ຂອງລັດຖະບານ ຣັດ​ເຊຍ ລະບຸ​ວ່າ:
ຍານພາຫະນະ​ໄຟຟ້າ ສາມາດ​ແລ່ນ​ເທິງ​ຖະໜົນຫຼວງ ສ່ວນ​ທີ່​ເກັບຄ່າ​ຜ່ານ​ທາງ​ຂອງ​ລັດຖະບານ​ກາງ ໂດຍ​ບໍ່​ເສຍ​ຄ່າໃຊ້​ຈ່າຍ ຕໍ່​
ໄປ​ໃນ​ປີ 2024.

     ພາຍຫຼັງ ທ່ານ ອັນ​ເດຣຍ ເບ​ໂລ​ອູ​ຊໍ​​ຟ ຮອງ​ນາ ຍົກລັດຖະມົນຕີ ຣັດ​ເຊຍ ເຊິ່ງ​ກຳກັບ​ດູ​ແລ​ໂຄງການ​ລົດໄຟ​ຟ້າ ແລະ ໄຮ​ໂດຣ​
ເຈນ ຂອງ​ລັດຖະບານ​ກາງ​ເປີດເຜີຍສິດທິ​ພິເສດ​ສຳລັບຍານພາຫະນະ​ໄຟຟ້າກັບ​ມາ​ມີ​ຜົນ ຕັ້ງແຕ່​ວັນ​ທີ 19 ມັງກອນ 2024 ນີ້​ເປັນ
ຕົ້ນ​ໄປ. ກ່ອນ​ໜ້າ​ນີ້, ຣັດ​ເຊຍ ເລີ່ມ​ຕົ້ນ​ໂຄງການ​ຍານພາຫະນະໄຟຟ້າ​ແລ່ນ​ລົດ​ເທີງ​ທາງ​ຫຼວງ​ສ່ວນ​ທີ່​ເກັບ​ຄ່າ​ຜ່ານ​ທາງ​ແມ່ນ​ບໍ່​ເສຍ​
ຄ່າ​ໃຊ້​ຈ່າຍ (ໄລຍະ​ທົດ​ລອງ) ລະຫວ່າງ​ວັນ​ທີ 1 ມີນາ ຫາ 31 ທັນ ວາ 2023, ໂດຍ​ໂຄງການ​ນີ້ແນໃສ່ດຶງ​ດູດ​ຊາວ ຣັດ​ເຊຍ ໃຫ້​ຫັນ
​ມາ​ໃຊ້ຍານພາຫະນະ​ໄຟຟ້າຫຼາຍ​ຂຶ້ນ.

     ໂດຍ​ມີ​ຜູ້​ຂັບ​ຂີ່​ໄດ້​ໃຊ້​ສິດທິ​ພິເສດ​ນີ້ ໃນ​ໄລຍະ​ເວລາ​ເບື້ອງ​ຕົ້ນປະມານ 5.000 ຄົນ ເຊິ່ງ​ອໍ​ໂຕຣ​ແຕດ (Autostat) ເປັນ​ບໍລິສັດ
ວິເຄາະ​ຂອງ ຣັດ​ເຊຍ ລະບຸ​ວ່າ: ຍອດ​ຈຳໜ່າຍຍານພາຫະນະໄຟຟ້າ​ໃໝ່​ຂອງ ຣັດ​ເຊຍ ໃນ​ປີ 2023 ສູງ​ກວ່າ 14.000 ຄັນ, ເພີ່ມ
​ຂຶ້ນ 4,7 ເທົ່າ​ຈາກ​ປີ 2022.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/01/2024